ຂໍຕ້ອນຮັບ ກາເຟແກ່ວແສດ
ຕັ້ງຢູ່ເຂດພູດອຍພາກເຫນືອຂອງປະເທດລາວ, ແຂວງຊຽງຂວາງເປັນດິນແດນທີ່ອຸດົມສົມບູນດ້ວຍຊັບພະຍາກອນ ທໍາມະຊາດ ແລະ ປະກອບມີຄວາມຫຼາກຫຼາຍທາງຊົນເຜົ່າ. ເຂດແກ່ວແສດ ແມ່ນກຸ່ມບ້ານຂອງຊາວສວນຫຼາຍກ່ວາ 200 ຄອບຄົວທີ່ປູກກາເຟຢູ່ໃນປ່າຂອງພວກເຂົາເປັນເວລາຫຼາຍກ່ວາທົດສະວັດໜຶ່ງແລ້ວ.
ສະພາບອາກາດ ແລະພູມສັນຖານຂອງແຂວງຊຽງຂວາງ ແມ່ນແທດເໝາະກັບການປູກກາເຟພັນ ອາຮາບິກາ ທີມີຄຸນນະພາບສູງ. ຊາວສວນກຸ່ມແກ່ວແສດ ແມ່ນປູກກາເຟໃນປ່າທຳມະຊາດໃນລະດັບຄວາມສູງແຕ່ 1,100 ຫາ 1,400 ແມັດ. ໃນໄລຍະບໍ່ດົນມານີ້, ພວກເຂົາໄດ້ຮ່ວມມືກັບໂຄງການບໍລິການສົ່ງເສີມກະສິກຳຮອບດ້ານ ເພື່ອປັບປຸງກາເຟຂອງພວກເຂົາເຈົ້າທາງດ້ານ ປະລິມານ ແລະ ຄຸນນະພາບ.
ກາເຟແມ່ນປູກ ໂດຍບໍ່ໄດ້ມີການໃສ່ປຸຍເຄມີ ຫຼືຢາປາບສັດຕູພືດ. ກາເຟ ໝາກແດງ ແມ່ນເກັບກ່ຽວໃນລະຫວ່າງເດືອນພະຈິກ ແລະ ເດືອນກຸມພາ ແລະແປຮູບເປັນເມັດຂຽວໂດຍຜ່ານຂະບວນການປຸງແຕ່ງກາເຟແບບປຽກ ແລະ ການປຸງແຕງກາເຟແບບທຳມະຊາດ. ຂະບວນການທັງຫມົດທີ່ນຳໃຊ້ ແມ່ນແທດເໝາະກັບວິຖິຊີວິດໃນທ້ອງຖິ່ນ, ຊີວະນາໆພັນ ແລະ ສຸຂະພາບຂອງປະຊາຊົນ.
ບັນດາຄູມືການຜະລິດກາເຟແກ່ວແສດ
ຊາວສວນກາເຟແກ່ວແສດໄດ້ສ້າງຄູມືທີ່ມີຮູບພາບ ສາມສະບັບ ເປັນພາສາລາວ ເຊິ່ງພວກເຂົາຕ້ອງການແບ່ງປັນນຳຜູ້ຜະລິດອື່ນໆ. ກະລຸນາກົດໃສ່ຫົວຂໍ້ຂອງຄູ່ມືທີ່ຕ້ອງການດາວນໂລດ:
2. ຄູ່ມືການຈັດການ ແລະ ບົວລະບັດຮັກສາຕົ້ນກາເຟ
ນີ້ແມ່ນພາກນຳສະເໜີຂອງບັນດາຄູມືໃໝ່ເຫຼົ່ານີ້:
ຄູມືສະບັບນີ້ໄດ້ພັດທະນາຂື້ນບົນພື້ນຖານປະສົບການຈິງຂອງພວກເຮົາທີ່ເປັນຊາວສວນກາເຟຢູ່ໃນແຂວງຊຽງຂວາງ. ພວກເຮົາໄດ້ມີການປູກກາເຟຢູ່ຮົ່ມຂອງປ່າໄມ້ໃນເຂດກຸ່ມບ້ານແກ່ວແສດມາເກືອບ 20 ປີແລ້ວ. ໃນໄລຍະນັ້ນ ພວກເຮົາກໍ່ໄດ້ຮັບການແນະນໍາດ້ານເຕັກນິກ ແລະ ການສະໜັບສະໜູນຈາກພາກລັດ, ບັນດາໂຄງການ ແລະ ບໍລິສັດ ແຕ່ວ່າຄວາມຮູ້ທີ່ເປັນປະໂຫຍດ ແລະ ທັກສະຕ່າງໆແມ່ນລ້ວນແຕ່ເກີດຈາກການເຮັດຕົວຈິງຂອງພວກເຮົາ ຊຶ່ງລວມມີການປູກ, ການເຮັດຝຸ່ນບົ່ມ, ການບົວລະບັດ-ຄຸ້ມຄອງສວນ, ການແປຮູບ, ການຕາກ ແລະ ການຈໍາໜ່າຍກາເຟຂອງພວກເຮົາ.
ພວກເຮົາມີຄວາມປະສົງຢາກແບ່ງປັນປະສົບການທີ່ມີໃຫ້ແກ່ຊາວສວນ, ຊາວກະສິກອນອື່ນໆ ແລະພວກເຮົາກໍໄດ້ຕ້ອນຮັບແຂກຫຼາຍຮ້ອຍຄົນທີ່ມາຢ້ຽມຢາມເບີ່ງສວນກາເຟ ແລະ ສູນແປຮູບຂອງພວກເຮົາ. ຄູ່ມືສະບັບນີ້ແມ່ນເປັນການສັງລວມບັນດາເຕັກນິກທີ່ພວກເຮົາໄດ້ນໍາໃຊ້ ແລະ ພວກເຮົາຂໍແນະນໍາໃຫ້ທ່ານຄັດເລືອກ ແລະ ດັດປັບເຕັກນິກນີ້ໃຫ້ສອດຄ່ອງກັບເງື່ອນໄຂຕົວຈິງຂອງທ່ານ. ພວກເຮົາຫວັງຢ່າງຍິ່ງວ່າຂໍ້ມູນນີ້ຈະເປັນປະໂຫຍດຫຼາຍໃຫ້ແກ່ຜູ້ຜະລິດກາເຟອີກຫຼາຍທ່ານ.
ດ້ວຍຄວາມປາຖະໜາດີຂອງຊາວສວນກາເຟຈາກບ້ານປຽງ, ບ້ານຜາຮີ້ງ, ບ້ານປຸງ, ບ້ານຕັນໃຕ້ ແລະ ບ້ານຕັນເໜືອ.
ບັນດາຄູ່ມືເຫຼົ່າສາມາດມາເອົາໄດ້ຢູ່ ຫ້ອງການໂຄງການ LURAS ປະຈຳ ນະຄອນຫຼວງວຽງຈັນ ແລະ ໂພນສະຫວັນ, ແລະກົມສົງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ.
ໂລໂກໃໝ່ສຳລັບກາເຟແກ່ວແສດ
ຊາວສວນກາເຟແກ່ວແສດ ໄດ້ເລືອກໂລໂກໃໝ່ສຳລັບຜະລິດຕະພັນຂອງພວກເຂົາ. ໂລໂກ ແບບໃໝ່ ມີອົງປະກອບທີ່ຄ້າຍຄືໂລໂກແບບເກົ່າ, ທີ່ສະແດງໃຫ້ເຫັນມືຂອງຊາວສວນທີ່ເຮັດວຽກຮ່ວມກັນເພື່ອຜະລິດກາເຟ. ແຕ່ໃນໂລໂກໃໝ່ນີ້ ໄດ້ອອກແບບໃຫ້ລຽບງ່າຍຂຶ້ນ, ມີສີສັນທີ່ເຂັ້ມຂຶ້ນ ແລະມີໂຕໜັງສືໂຕ KS ໃນກິ່ງໄມ້, ທີ່ເຮັດໃຫ້ສາມາດຈົດຈໍາໄດ້ງ່າຍຂຶ້ນເວລາຖືກນຳໃຊ້ໃນການຫຸ້ມຫໍ່.
ກາເຟແກ່ວແສດ ມາຈາກເຂດກຸ່ມບ້ານ ທີ່ລວມມີ 5 ບ້ານ ໃນເມືອງຄູນແຂວງຊຽງຂວາງ. ກາເຟທີ່ປູກແມ່ນພັນອາຣາບີກາ ຊະນິດພັນ ກາຕີມໍ, ທີ່ປູກຢູ່ຮົ່ມຂອງປ່າໄມ້ທຳມະຊາດໃນລະດັບຄວາມສູງແຕ່ 1,000 – 1,400 ແມັດ. ພາຍຫຼັງການປຸງແຕ່ງ ແລະ ຂົ້ວແລ້ວ, ກາເຟທີ່ໄດ້ ແມ່ນຢູ່ໃນລະດັບ ເກຣດ A ພິເສດ ຕາມມາດຕະຖານຂອງ SCA.
ບັນດາວິດີໂອກ່ຽວກັບກາເຟລາວ